Euca NC A+

Euca NC A+

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from Euca NC A+, Health/Beauty, Vientiane.

Eucalyptus NC A+ – ດູແລຄອບຄົວໄປພ້ອມກັບແມ່.

ເຮັດຮ່າງກາຍອົບອຸ່ນ, ແສບດັງ; ຍຸງກັດ, ນວດຜ່ອນຄາຍຮ່າງກາຍ; ບັນເທົາການຕັນດັງ...

ເໝາະກັບທັງຜູ້ໃຫຍ່ແລະເດັກນ້ອຍ

ຈັດຈຳໜ່າຍໂດຍ NNC Pharma ແລະພັດທະນາໂດຍ AUDACE.

Photos from Euca NC A+'s post 16/07/2026

🫠 ນິໄສທີ່ຄິດວ່າດີ ແຕ່ກຳລັງທຳລາຍລະບົບຫາຍໃຈຂອງທ່ານ

❌ ຄວາມເຂົ້າໃຈຜິດ 1: ໃສ່ໜ້າກາກອະນາໄມແໜ້ນໆ ເພື່ອ "ປ້ອງກັນ" ໄວຣັສ
ຄວາມຈິງແມ່ນ: ການທີ່ທ່ານໃສ່ໜ້າກາກອະນາໄມຊ້ຳໆເປັນເວລາ ດົນໂດຍບໍ່ຮູ້ຕົວ ມັນຈະກາຍເປັນແຫຼ່ງສະ ສົມເຊື້ອແບັກທີເຣຍ. ລົມຫາຍໃຈທີ່ຊຸ່ມຊື່ນຈາກປາກທີ່ອອກມາຖືກກັກໄວ້, ບວກກັບຂີ້ຝຸ່ນທີ່ຕິດຢູ່ດ້ານນອກ, ເຮັດໃຫ້ ທຸກຈັງຫວະການຫາຍໃຈ ຂອງທ່ານກາຍເປັນອັນຕະລາຍຫຼາຍກວ່າທີ່ທ່ານຄິດ.

❌ ຄວາມເຂົ້າໃຈຜິດ 2: ສີດນ້ຳຫອມໃຫ້ຫອມຟຸ້ງ ເພື່ອ "ດັບກິ່ນ" ຫ້ອງປິດ, ຊ່ວຍໃຫ້ຫາຍໃຈສະດວກຂຶ້ນ
ຄວາມຈິງແມ່ນ: ກິ່ນຫອມສັງເຄາະຈາກນ້ຳຫອມ ຫຼື ສະເປປັບອາ ກາດເຕັມໄປດ້ວຍທາດປະສົມອິນຊີທີ່ລະເຫີຍງ່າຍ (VOCs). ເວລາສີດໃສ່ໃນພື້ນທີ່ປິດທີ່ບໍ່ມີການໝູນວຽນຂອງອາກາດ, ມັນບໍ່ໄດ້ເຮັດໃຫ້ຫ້ອງສະອາດຂຶ້ນເລີຍ, ກົງກັນຂ້າມ, ມັນກາຍເປັນສານລະຄາຍເຄືອງທີ່ຮຸນແຮງຕໍ່ຜູ້ທີ່ມີອາການແພ້ທາງດັງ, ໄຊນັດ, ເຮັດໃຫ້ເກີດການຈາມ ແລະ ປວດຫົວ.

💚 ເລືອກ EUCA NC A+ – ທາງອອກຂອງການເຮັດຄວາມສະອາດ ແລະ ປົກປ້ອງດັງ ແລະ ຄໍ ຢູ່ທີ່ໂຕະເຮັດວຽກ.
ດ້ວຍກົນໄກປ້ອງກັນເຊື້ອແບັກທີເຣຍແບບທຳມະຊາດຈາກນ້ຳມັນຫອມລະເຫີຍຢູຄາລິບຕັດ. ຊ່ວຍຜ່ອນຄາຍ "ຄວາມຄຽດ" ໃຫ້ໂພງດັງດ້ວຍກິ່ນຫອມຈາກທຳມະຊາດທີ່ສົດຊື່ນ ຊ່ວຍໃຫ້ຫາຍໃຈ ໂລ່ງສະບາຍ.

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/
Email: [email protected]

Photos from Euca NC A+'s post 09/07/2026

💆 ການບຳບັດອາການປວດຫົວຢູ່ເຮືອນດ້ວຍ Euca NC A+ 💆

ອາການປວດຫົວສາມາດເກີດຂຶ້ນໄດ້ທຸກເວລາໃນຊີວິດປະຈຳວັນ ຍ້ອນຫຼາຍສາເຫດ: ການປ່ຽນແປງຂອງສະພາບ ອາກາດ, ການນອນໃນຫ້ອງແອ, ຫຼື ຍ້ອນກ້າມຊີ້ນໜ້າ ແລະ ບໍລິເວນຄໍເກີດການຕຶງຄຽດຫຼັງຈາກເຮັດວຽກບ້ານ ຫຼື ຂັບລົດທາງໄກ.
👉 ແທນທີ່ຈະໃຊ້ຢາແກ້ປວດ, ທ່ານສາມາດນຳໃຊ້ວິທີທາງທຳມະຊາດທີ່ປອດໄພ ແລະ ມີປະສິດທິຜົນ ດ້ວຍການໃຊ້ "ນ້ຳມັນຫອມລະເຫີຍຢູຄາລິບຕັດ Euca NC A+.

💆 ຄຳແນະນຳວິທີໃຊ້ເພື່ອບັນເທົາອາການປວດຫົວຢ່າງມີປະສິດທິຜົນ
ເພື່ອໃຫ້ນ້ຳມັນຫອມລະເຫີຍຢູຄາລິບຕັດອອກລິດໄດ້ດີທີ່ສຸດ, ຄວນປະຕິບັດຕາມຂັ້ນຕອນການປະຄົບຜ້າດັ່ງນີ້:
- ຂັ້ນຕອນທີ 1: ກຽມຜ້າເຊັດໜ້າທີ່ສະອາດ, ຊຸບນ້ຳອຸ່ນ (ຫຼື ນ້ຳເຢັນ) ແລ້ວບິດໃຫ້ໝາດ.
- ຂັ້ນຕອນທີ 2: ຢອດນ້ຳມັນຫອມລະເຫີຍ Euca NC A+ ໃສ່ຜ້າທີ່ກຽມໄວ້.
- ຂັ້ນຕອນທີ 3: ວາງຜ້າປະຄົບໄວ້ບໍລິເວນໜ້າຜາກ, ພ້ອມນວດເບົາໆບໍລິເວນຂະໝັບ ແລະ ບໍລິເວນທ້າຍທອຍ ປະມານ 3 ຫາ 5 ນາທີ.

🔬 ປະໂຫຍດຂອງນ້ຳມັນຫອມລະເຫີຍຢູຄາລິບຕັສ ໃນການບັນເທົາອາການປວດຫົວ
ນ້ຳມັນຫອມລະເຫີຍຢູຄາລິບຕັສມີສ່ວນປະກອບຈາກທຳມະຊາດທີ່ໃຫ້ປະໂຫຍດໂດຍກົງຕໍ່ລະບົບຫາຍໃຈ ແລະ ລະບົບ ກ້າມຊີ້ນ:
- ຫຼຸດຜ່ອນຄວາມດັນໃນໂພງດັງ: ກິ່ນຫອມຊ່ວຍໃຫ້ລະບົບຫາຍໃຈໂລ່ງ, ຊ່ວຍຜ່ອນຄາຍຄວາມດັນທີ່ສະສົມຢູ່ບໍລິ ເວນໜ້າຜາກ, ຕາ ແລະ ໂພງດັງ.
- ຜ່ອນຄາຍກ້າມຊີ້ນ: ສານສະກັດໃນຢູຄາລິບຕັສຊ່ວຍເຮັດໃຫ້ກ້າມຊີ້ນໜ້າທີ່ກຳລັງຕຶງຄຽດ ແລະ ອ່ອນເພຍໄດ້ຜ່ອນຄາຍລົງ.
- ສ້າງຄວາມສົດຊື່ນ: ຜົນຕໍ່ລະບົບປະສາດຊ່ວຍຫຼຸດຄວາມຮູ້ສຶກອິດເມື່ອຍ ແລະ ເພີ່ມຄວາມຕື່ນຕົວໄດ້ໄວ.
ການປະສົມປະສານນີ້ຈະຊ່ວຍໃຫ້ເລືອດໝູນວຽນໄດ້ດີຂຶ້ນ, ຜ່ອນຄາຍກ້າມຊີ້ນບໍລິເວນຫົວ ແລະ ຄໍ, ເຮັດໃຫ້ອາການປວດຫົວບັນເທົາລົງຢ່າງເຫັນໄດ້ຊັດ.

ມີ Euca NC A+ ຕິດໄວ້ໃນຕູ້ຢາປະຈຳບ້ານ ແມ່ນທາງເລືອກທີ່ສະດວກໃນການເບິ່ງແຍງສຸຂະພາບ.

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
👉 ຫາກທ່ານຕ້ອງການປຶກສາເພີ່ມເຕີມກ່ຽວກັບວິທີການໃຊ້ Euca NC A+, ຢ່າລັງເລທີ່ຈະ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!

👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Hotline: (020) 2339 3234
Website: https://eucanca.com/

24/06/2026

🌿 ເປັນຫຍັງນໍ້າມັນຫອມລະເຫີຍ (Eucalyptus) ຈຶ່ງຖືກຂະໜານນາມວ່າເປັນ "ສັດຕູຕົວຮ້າຍ" ຂອງເຊື້ອ ແບັກທີເຣຍໃນລະບົບທາງເດີນຫາຍໃຈ? 🦠

🤔 ທ່ານເຄີຍສົງໄສບໍ່ວ່າ: ເປັນຫຍັງພຽງແຕ່ຢອດນໍ້າມັນຫອມລະເຫີຍ Euca NC A+ ບໍ່ເທົ່າໃດຢອດ, ອາການຕັນດັງຫາຍໃຈລຳບາກ, ກໍໂລ່ງສະບາຍຂຶ້ນ? ເປັນຫຍັງເວລາອົບຫ້ອງດ້ວຍກິ່ນຫອມຈາກຢູຄາລິບຕັສ, ອາກາດຈຶ່ງຮູ້ສຶກສົດຊື່ນ ແລະ ສະບາຍຂຶ້ນ?

💡 ຄຳຕອບນັ້ນມາຈາກສານສຳຄັນທາງວິທະຍາສາດທີ່ມີຊື່ວ່າ: Cineole (ຫຼື Eucalyptol).

🔬 ມາຮ່ວມຖອດລະຫັດສານນີ້ໄປກັບ Euca NC A+ ກັນເລີຍ!
🧪 Cineole ແມ່ນຫຍັງ? Cineole ແມ່ນສານປະກອບອິນຊີທຳມະຊາດທີ່ເປັນສ່ວນປະກອບຫຼັກໃນນໍ້າມັນຫອມລະເຫີຍຈາກໃບຢູຄາລິບຕັສ. ໃນວົງການແພດ ແລະ ສະໝຸນໄພ, Cineole ຖືກປຽບເໝືອນ "ຢາຕ້ານເຊື້ອຈາກທຳມະຊາດ":
🛡️ ຕ້ານເຊື້ອແບັກທີເຣຍ ແລະ ໄວຣັດ: Cineole ມີຄວາມສາມາດໃນການຢັບ ຢັ້ງການຈະເລີນເຕີບໂຕ ຂອງເຊື້ອແບັກ ທີເຣຍ ແລະ ໄວຣັດຫຼາຍຊະນິດທີ່ກໍ່ໃຫ້ເກີດພະຍາດໃນລະບົບທາງເດີນຫາຍໃຈ, ຊ່ວຍເຮັດໃຫ້ອາກາດອ້ອມຮອບຕົວ ທ່ານສະອາດຂຶ້ນ.
🌬️ ສັດຕູຕົວຮ້າຍຂອງອາການຕັນດັງ ແລະ ມີຂີ້ກະເທີ່: ສານນີ້ເຮັດໜ້າທີ່ເປັນຕົວຊ່ວຍລະລາຍຂີ້ກະເທີ່. ເມື່ອສູດດົມ ເຂົ້າໄປ, Cineole ຈະກະຕຸ້ນເຊລເຍື່ອຫຸ້ມດັງ, ຊ່ວຍຫຼຸດອາການບວມອັກເສບ ແລະ ເຮັດໃຫ້ຂີ້ມູກໄຫຼອອກໄດ້ງ່າຍຂຶ້ນ.

💎 ເປັນຫຍັງຕ້ອງເລືອກນໍ້າມັນຫອມລະເຫີຍ Euca NC A+?
ບໍ່ແມ່ນນໍ້າມັນຫອມລະເຫີຍທຸກຊະນິດໃນຕະຫຼາດຈະມີຄຸນນະພາບຄືກັນ. ປະສິດທິຜົນຂຶ້ນຢູ່ກັບປະລິມານ ແລະ ຄວາມບໍລິສຸດຂອງ Cineole. ດ້ວຍ Euca NC A+, ພວກເຮົາພູມໃຈນຳສະເໜີທາງເລືອກໃນການ ເບິ່ງແຍງສຸຂະພາບດ້ວຍ:
1. ປະລິມານ Cineole ໄດ້ມາດຕະຖານສູງ: ສະກັດດ້ວຍເທັກໂນໂລຢີທັນສະໄໝ, ຮັກສາຄຸນຄ່າຈາກໃບຢູຄາລິບຕັສ ທຳມະຊາດໄວ້ໄດ້ຄົບຖ້ວນ, ຮັບປະກັນສັບພະຄຸນທີ່ແຂງແກ່ງທີ່ສຸດ.
2. ບໍລິສຸດ 100% ແລະ ອ່ອນໂຍນ: ບໍ່ມີສານປົນເປື້ອນ, ບໍ່ມີແອລກໍຮໍ, ບໍ່ມີນໍ້າຫອມສັງເຄາະ. ປອດໄພພໍທີ່ຈະໃຊ້ກັບຜິວ ທີ່ບອບບາງຂອງເດັກເກີດໃໝ່, ແມ່ຖືພາ ແລະ ຜູ້ສູງອາຍຸ.

1 ຂວດນ້ອຍ Euca NC A+ ໃນເຮືອນ ຄື "ເກາະປ້ອງກັນສີຂຽວ" ທີ່ປົກປ້ອງລະບົບຫາຍໃຈຂອງຄົນໃນຄອບ ຄົວທ່ານຈາກສະພາບອາກາດທີ່ປ່ຽນແປງຕະຫຼອດເວລາ.

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.

👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------

ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234 - (020) 9172 8899
Website: https://eucanca.com/
Email: [email protected]

19/06/2026

💤 ສ້າງນິໄສນີ້ ເພື່ອໃຫ້ຜ້າປູບ່ອນ ແລະ ໝອນຫອມສະອາດ ຫ່າງໄກຈາກອາການແພ້ 💤

ເຖິງແມ່ນວ່າຫ້ອງນອນຈະປິດປະຕູ ແລະ ເປີດແອຕະຫຼອດ, ແຕ່ຜ້າປູບ່ອນ ແລະ ຊົບໝອນຍັງເປັນບ່ອນ ສະສົມຂອງຈຸລັງຜິວໜັງທີ່ຕາຍແລ້ວ, ເຫື່ອໄຄ ແລະ ໄຮຝຸ່ນຂະໜາດນ້ອຍທີ່ຕາເປົ່າເບິ່ງບໍ່ເຫັນ.

ນີ້ແມ່ນສາເຫດທີ່ເຮັດໃຫ້ທ່ານມັກມີອາການແພ້ເຊັ່ນ:
- ມີອາການຄັນຕາມຜິວໜັງ ຫຼື ຈາມດັງຟຸດຟິດທັນທີທີ່ລົ້ມຕົວລົງນອນ.
- ຈາມບໍ່ເຊົາໃນຍາມເຊົ້າຕອນຕື່ນນອນ.
- ຫາຍໃຈບໍ່ສະດວກ, ຄໍແຫ້ງ ເຮັດໃຫ້ນອນຫຼັບບໍ່ສະໜິດຕະຫຼອດຄືນ.

ການຊັກຜ້າປູບ່ອນທຸກມື້ແມ່ນເລື່ອງຍາກ, ແຕ່ຄວນຊັກຢ່າງໜ້ອຍ 1 ຄັ້ງ/ອາທິດ. ທ່ານສາມາດຮັກສາຄວາມສະອາດພື້ນທີ່ນອນ ແລະ ປົກປ້ອງລະບົບທາງເດີນຫາຍໃຈໄດ້ດ້ວຍເຄັດລັບງ່າຍໆນີ້ ພ້ອມກັບ Eucalyptus NC A+.

💧 ທຸກຄືນກ່ອນນອນ:
- ວິທີທີ 1: ຢົດນ້ຳມັນຫອມລະເຫີຍ Euca NC A+ 1-2 ຢົດ ໃສ່ 4 ມຸມດ້ານລຸ່ມຂອງຟູກ ຫຼື ໃຊ້ສຳລີທີ່ຢົດນ້ຳ ມັນຫອມລະເຫີຍ 2 ຢົດ ຍັດໄວ້ໃນຊົບໝອນ.
- ວິທີທີ 2: ຖ້າຫ້ອງມີເຄື່ອງພົ່ນອາຍນ້ຳ ຫຼື ເຄື່ອງກະຈາຍກິ່ນຫອມ, ໃຫ້ຢົດ Euca NC A+ 3-5 ຢົດ ລົງໃນຖາດ ນ້ຳກ່ອນເປີດແອ 15 ນາທີ.
ຂວດ Euca NC A+ ວາງໄວ້ຫົວຕຽງ ຄືຕົວຊ່ວຍກຳຈັດເຊື້ອແບັກທີເຣຍ, ຊ່ວຍໃຫ້ທຸກຄົນໃນຄອບຄົວນອນຫຼັບຝັນດີ ໃນບັນຍາກາດທີ່ຫອມສະອາດ.

⚠️ ຂໍ້ຄວນລະວັງ:
ນ້ຳມັນຫອມລະເຫີຍເປັນຕົວຊ່ວຍໃນການປ້ອງກັນ: ຊ່ວຍໄລ່ອາຍຝຸ່ນ, ຮັກສາຄວາມຫອມໃຫ້ຜ້າປູບ່ອນ ແລະ ຕ້ານເຊື້ອແບັກທີເຣຍໃນອາກາດ.
ບໍ່ສາມາດແທນການຊັກຜ້າໄດ້: ການກຳຈັດອາຍຝຸ່ນໃຫ້ຂາດຕົ້ນຕໍແມ່ນຕ້ອງຊັກຜ້າປູບ່ອນ ແລະ ເຮັດຄວາມສະອາດ ຟູກເປັນປະຈຳ. Euca NC A+ ເຮັດໜ້າທີ່ເປັນ "ຂັ້ນຕອນການປົກປ້ອງປະຈຳວັນ" ລະຫວ່າງຮອບການ ຊັກຜ້າເທົ່ານັ້ນ.

👉 ລອງນຳໄປໃຊ້ຄືນນີ້ ເພື່ອສຳຜັດກັບບັນຍາກາດຫ້ອງນອນທີ່ສົດຊື່ນ ເໝືອນພັກຢູ່ຣີສອດຫະລູ!

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.

👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234 - (020) 9172 8899
Website: https://eucanca.com/
Email: [email protected]

12/06/2026

🚗 ຂີ່ລົດເກັງ, ລົດເມ ຍາມລະດູຮ້ອນ: ເຄັດລັບ 5 ວິນາທີ ດັບອາການເມົາລົດ ແລະ ອາການປວດຮາກ 🚗

ຄວາມຢ້ານກົວທີ່ສຸດຂອງຄົນທີ່ມັກເມົາລົດໃນຍາມຮ້ອນ ບໍ່ແມ່ນໄລຍະທາງທີ່ໄກ, ແຕ່ແມ່ນຊ່ວງເວລາທີ່ກ້າວ ຂຶ້ນລົດແລ້ວໄດ້ກິ່ນ:
• ກິ່ນແອເກົ່າ ທີ່ບໍ່ໄດ້ອະນາໄມເປັນເວລາດົນ.
• ກິ່ນເບາະໜັງ ທີ່ມີເຫື່ອໄຫຼຊຶມ ແລະ ອົບອ້າວຢູ່ໃຕ້ແສງແດດ 39 ອົງສາ.
• ກິ່ນເຫື່ອ ແລະ ກິ່ນນ້ຳຫອມຂອງຫຼາຍຄົນປົນເປກັນ ເຮັດໃຫ້ຮູ້ສຶກອຶດອັດ ແລະ ວິນຫົວທັນທີ.
ຖ້າເຈົ້າຕ້ອງເດີນທາງດ້ວຍລົດເມ, ລົດແທັກຊີເປັນປະຈຳ ຫຼື ກຳລັງກຽມຕົວສຳລັບການທ່ອງທ່ຽວທາງ ໄກໃນຍາມຮ້ອນນີ້, ໃຫ້ຟ້າວນຳໃຊ້ເຄັດລັບນີ້ເລີຍ:
ກ່ອນຈະກ້າວຂຶ້ນລົດ, ໃຫ້ເປີດຝາຂວດ Eucalyptus NC A+, ຢອດນ້ຳມັນຫອມລະເຫີຍ 2-3 ຢອດ ໃສ່ດ້ານໃນຂອງຜ້າອັດປາກ, ຈາກນັ້ນໃສ່ຜ້າອັດປາກ ແລ້ວຫາຍໃຈເຂົ້າອອກຕາມປົກກະຕິ.

🌿 Euca NC A+ ຊ່ວຍເຈົ້າໄດ້:
• ຢັບຢັ້ງອາການຊິຮາກ: ສານສະກັດ Cineole ທຳມະຊາດຈາກຢູຄາລິບຕັສ ຈະຊ່ວຍປົກປ້ອງລະບົບຮັບກິ່ນ, ສະກັດກັ້ນບໍ່ໃຫ້ເຈົ້າໄດ້ກິ່ນເໝັນທີ່ໜ້າອຶດອັດໃນລົດ, ຈາກນັ້ນຈະຊ່ວຍຜ່ອນຄາຍລະບົບປະສາດສ່ວນກາງ ແລະ ດັບກິ່ນອຶດອັດ, ອາການປວດຮາກໄດ້ທັນຕາ.
• ດັງໂລ່ງ, ສະໝອງປອດໂປ່ງ: ກິ່ນຫອມທີ່ສະອາດ ແລະ ສດຊື່ນ ຈະຊ່ວຍໃຫ້ໂພງດັງໂລ່ງສະບາຍ, ຫຼຸດຜ່ອນສະພາວະຂາດອົກຊີແຊນ ທີ່ເປັນສາເຫດເຮັດໃຫ້ປວດຫົວ ເວລານັ່ງຢູ່ໃນພື້ນທີ່ແຄບໆ ຂອງລົດເປັນເວລາ ຫຼາຍຊົ່ວໂມງ.
ຕຸກນ້ຳມັນຫອມລະເຫີຍມີຂະໜາດນ້ອຍກກະທັດຮັດ, ສາມາດໃສ່ຖົງໂສ້ງ ຫຼື ຖົງນ້ອຍຂອງກະເປົາເປ້ໄດ້ຢ່າງສະດວກ ເພື່ອໃຫ້ເຈົ້າພ້ອມປົກປ້ອງສຸຂະພາບໃນທຸກໆການເດີນທາງ.

👉 ຝາກຄອມເມັ້ນໄວ້ແດ່ເດີ້ ຖ້າເຈົ້າກໍເປັນ "ຜູ້ປະສົບໄພ" ທີ່ຢ້ານກິ່ນລົດໃນມື້ທີ່ອາກາດຮ້ອນຈັດ!

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!

🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234 - (020) 9172 8899
Website: https://eucanca.com/
Email: [email protected]

05/06/2026

🛀 ແນະນຳເຄັດລັບຂ້າເຊື້ອແບັກທີເຣຍເທິງຜິວໜັງໃນເວລາອາບນ້ຳ ເພື່ອປ້ອງກັນອາການຄັນ ແລະ ສິວຂຶ້ນຫຼັງ 🛀

ຫຼັງຈາກຢູ່ນອກບ້ານເປັນເວລາດົນ, ຜິວໜັງຂອງທ່ານຕ້ອງໄດ້ສຳຜັດກັບຝຸ່ນຄວັນ, ມົນລະພິດ ແລະ ຄາບເຫື່ອທີ່ໜຽວ ຢ່າງຕໍ່ເນື່ອງ. ຖ້າຫາກອາບນ້ຳດ້ວຍນ້ຳລ້າໆ ຫຼື ສະບູອາບນ້ຳທົ່ວໄປ, ບາງຄັ້ງກໍຍັງຮູ້ສຶກອົບອ້າວ, ເຮັດໃຫ້ເກີດຜື່ມ ຄັນ ຫຼື ອາການຄັນຄາຍທີ່ໜ້າລຳຄານໃຈໄດ້ງ່າຍ.

ເພື່ອເຮັດຄວາມສະອາດຢ່າງລ້ຳເລິກ ແລະ ເພີ່ມຄວາມຮູ້ສຶກເຢັນສະບາຍສົດຊື່ນ, ທ່ານສາມາດນຳໃຊ້ເຄັດລັບນ້ອຍໆ ນີ້ຮ່ວມກັບ Eucalyptus NC A+:
💧 ຂັ້ນຕອນການເຮັດປະຈຳທຸກວັນ:
• ຂັ້ນຕອນທີ 1: ກຽມອ່າງອາບນ້ຳ ຫຼື ຊາມນ້ຳສະອາດໄວ້.
• ຂັ້ນຕອນທີ 2: ຢົດນ້ຳມັນຫອມລະເຫີຍ Euca NC A+ ລົງໃນນ້ຳປະມານ 5 - 10 ຢົດ ແລ້ວຄົນເບົາໆ.
• ຂັ້ນຕອນທີ 3: ໃຊ້ນ້ຳນີ້ຕັກອາບ ຫຼື ແຊ່ຕົວເພື່ອຜ່ອນຄາຍ.

🌿 ປະສິດທິພາບທີ່ໄດ້ຮັບ:
• ຂ້າເຊື້ອແບັກທີເຣຍ: ສານສະກັດຈາກຢູຄາລິບຕັດທຳມະຊາດ ມີທາດຊ່ວຍຕ້ານເຊື້ອແບັກທີເຣຍຢ່າງແຮງກ້າ, ຊ່ວຍກຳຈັດຕົ້ນເຫດຂອງກິ່ນໂຕ ແລະ ປ້ອງກັນຜື່ມຄັນໃນຊ່ວງລະດູຮ້ອນ .
• ຫຼຸດຄວາມຮ້ອນ ຜ່ອນຄາຍຜິວ: ກິ່ນຫອມອັນສະອາດສົດຊື່ນທີ່ລອຍຂຶ້ນມາພ້ອມກັບອາຍນ້ຳ ຈະຊ່ວຍກະຕຸ້ນການດົມ ກິ່ນ, ເຮັດໃຫ້ຄວາມອິດເມື່ອຍຫາຍໄປທັນທີ ແລະ ປະຄວາມຮູ້ສຶກເຢັນສະບາຍໄວ້ເທິງຜິວໜັງຫຼັງຈາກເຊັດໂຕແຫ້ງ.

ພຽງແຕ່ເພີ່ມຂັ້ນຕອນນ້ອຍໆນີ້ເຂົ້າໃນການອາບນ້ຳປະຈຳວັນ, ຄວາມອົບອ້າວຮ້ອນອົບເອົ້າກໍຈະບໍ່ເຮັດໃຫ້ທ່ານຮູ້ສຶກອຶດອັດ ຫຼື ບໍ່ສະບາຍໂຕອີກຕໍ່ໄປ.

👉 ລອງເລີຍຄືນນີ້! ເພື່ອສຳຜັດກັບຄວາມແຕກຕ່າງຢ່າງຊັດເຈນເທິງຜິວໜັງຂອງທ່ານ.

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234 - (020) 9172 8899
Website: https://eucanca.com/
Email: [email protected]

03/06/2026

☀️ ໝວກກັນນັອກມີກິ່ນເໝັນອັບ ແລະ ຄັນໜັງຫົວໃນຍາມຮ້ອນ: ຈັດການດ່ວນໃນພິບຕາ ພຽງຢອດນ້ຳມັນຫອມລະເຫີຍ 2 ຢອດ ☀️

ການເດີນທາງທ່າມກາງສະພາບອາກາດທີ່ຮ້ອນອົບອ້າວໃນຍາມຮ້ອນ ເຮັດໃຫ້ໜັງຫົວຂັບເຫື່ອ ແລະ ໄຂມັນສ່ວນເກີນອອກມາເປັນຈຳນວນຫຼວງຫຼາຍ. ເຫື່ອເຫຼົ່ານີ້ຈະຊຶມເລິກເຂົ້າສູ່ຟອງນ້ຳຊັບໃນຂອງໝວກກັນນັອກ, ເມື່ອປະສົມກັບຝຸ່ນລະອອງຕາມທ້ອງຖະໜົນ ຈຶ່ງກາຍເປັນບ່ອນສະສົມຂອງແບັກທີເຣຍ ແລະ ເຊື້ອຣາ, ເຊິ່ງເປັນສາເຫດເຮັດໃຫ້:
• ມີກິ່ນເໝັນອັບ, ກິ່ນສົ້ມ ແລະ ໜຽວທຸກຄັ້ງທີ່ສວມໃສ່.
• ເກີດອາການຄັນໜັງຫົວ, ເປັນຕຸ່ມ ຫຼື ເກີດລັງແຄ.

ການທີ່ຈະຊັກແພຊັບໃນໝວກກັນນັອກທຸກໆມື້ແມ່ນເປັນໄປໄດ້ຍາກ. ປ່ຽນມາຈັດການບັນຫານີ້ຢ່າງວ່ອງໄວດ້ວຍ Eucalyptus NC-A+ ກັນດີກວ່າ:

💧 ວິທີເຮັດງ່າຍໆ ດັ່ງນີ້:
• ຫຼັງຈາກກັບມາຈາກນອກ, ໃຫ້ຫງາຍໝວກກັນນັອກຂຶ້ນ ແລ້ວວາງໄວ້ໃນບ່ອນທີ່ມີອາກາດຖ່າຍເທສະດວກ.
• ຢອດນ້ຳມັນຫອມລະເຫີຍ NC-A+ ໂດຍກົງປະມານ 2-3 ຢອດ ລົງໃສ່ແພຟອງນ້ຳຊັບໃນ (ເນັ້ນບໍລິເວນຈອມຫົວ ແລະ ສາຍຮັດຄາງທັງສອງເບື້ອງ).

🌿 ຜົນລັບທີ່ໄດ້ຮັບ:
• ດັບກິ່ນ ແລະ ຂ້າເຊື້ອແບັກທີເຣຍ: ສານສະກັດໃນນ້ຳມັນຫອມລະເຫີຍຢູຄາລິບຕັດ ມີສ່ວນຊ່ວຍຢັບຢັ້ງ ແລະ ທຳລາຍແບັກທີເຣຍທີ່ເຮັດໃຫ້ເກີດກິ່ນເໝັນອັບ, ຄືນຄວາມສະອາດສົດຊື່ນໃຫ້ທາງໃນໝວກອີກຄັ້ງ.
• ໃຫ້ຄວາມຮູ້ສຶກເຢັນສົດຊື່ນ: ກິ່ນຫອມຂອງຢູຄາລິບຕັດຈະກະຈາຍຕົວ ຊ່ວຍໃຫ້ໜັງຫົວຮູ້ສຶກເຢັນສະບາຍ, ຫຼຸດຄວາມອົບເອົ້າເວລາຂັບຂີ່ທ່າມກາງແດດຮ້ອນ.

ພຽງແຕ່ໃຊ້ນ້ຳມັນຫອມລະເຫີຍ 2 ຢອດເປັນປະຈຳທຸກມື້, ໝວກກັນນັອກຂອງທ່ານກໍຈະຫອມສົດຊື່ນ ແລະ ສະອາດປາສະຈາກເຊື້ອໂລກຕະຫຼອດລະດູຮ້ອນນີ້.

👉 ພົກ NC-A+ ຕິດໂຕໄວ້ຈັກຂວດ, ເພື່ອໃຫ້ການເດີນທາງໄປເຮັດວຽກໃນແຕ່ລະມື້ທ່າມກາງແດດຮ້ອນ ບໍ່ແມ່ນເລື່ອງທີ່ໜ້າເບື່ອອີກຕໍ່ໄປ!

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!

🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234 - (020) 9172 8899
Website: https://eucanca.com/
Email: [email protected]

29/05/2026

🗓️ 🏢 ນັ່ງຫ້ອງແອຕໍ່ເນື່ອງ 8 ຊົ່ວໂມງໃນລະດູຮ້ອນ: ເຮັດແນວໃດບໍ່ໃຫ້ດັງແຫ້ງ ແລະ ຕັນດັງ? 🏢

ໃນຊ່ວງລະດູຮ້ອນທີ່ອາກາດຮ້ອນອົບເອົ້າ, ການນັ່ງເຮັດວຽກໃນຫ້ອງແອຕໍ່ເນື່ອງແຕ່ເຊົ້າຮອດແລງ ແມ່ນສິ່ງທີ່ຊາວອັອບຟິດຫຼີກລ່ຽງບໍ່ໄດ້. ເຖິງຢ່າງໃດກໍຕາມ, ອາກາດທີ່ເຢັນ ແລະ ແຫ້ງຈາກເຄື່ອງປັບອາກາດ ແມ່ນສາເຫດຫຼັກທີ່ພາໃຫ້ເກີດອາການ:
- ເຍື່ອບຸດັງແຫ້ງ ແລະ ແສບດັງ: ພາໃຫ້ຮູ້ສຶກບໍ່ສະບາຍ ແລະ ເຈັບປວດຕຶງ.
- ພູມຕ້ານທານຂອງດັງຫຼຸດລົງ: ເຮັດໃຫ້ເຊື້ອແບັກທີເຣຍເຂົ້າສູ່ຮ່າງກາຍໄດ້ງ່າຍ ພາໃຫ້ຄັດດັງ ແລະ ນ້ຳມູກໄຫຼ.
- ເຈັບຄໍ:ເວລາທີ່ຍ່າງອອກໄປຖືກອາກາດຮ້ອນຂ້າງນອກທັນທີ ຍ້ອນອຸນຫະພູມປ່ຽນແປງຢ່າງກະທັນຫັນ.

ເພື່ອແກ້ໄຂບັນຫານີ້, ທ່ານສາມາດນຳໃຊ້ 2 ວິທີງ່າຍໆ ດ້ວຍ Eucalyptus NC A+ ຢູ່ທີ່ໂຕະເຮັດວຽກຂອງທ່ານ ໄດ້ ເລີຍ:

💧 ວິທີທີ 1: ເພີ່ມຄວາມຊຸ່ມຊື່ນ ແລະ ເຮັດໃຫ້ອາກາດສະອາດດ້ວຍນ້ຳອຸ່ນ
ກຽມຈອກນ້ຳຮ້ອນ ຫຼື ນ້ຳອຸ່ນ 1 ຈອກ, ຢອດນ້ຳມັນຫອມລະເຫີຍ NC A+ ລົງໄປ 2-3 ຢອດ. ວາງຈອກນ້ຳນີ້ໄວ້ຂ້າງຄອມພິວເຕີ ຫຼື ໃກ້ໆບ່ອນທີ່ທ່ານນັ່ງ.
ອາຍນ້ຳອຸ່ນທີ່ຟູຂຶ້ນມາຈະພາໂມເລກຸນຂອງນ້ຳມັນຢູຄາລິບຕັສໄປນຳ, ຊ່ວຍເພີ່ມຄວາມຊຸ່ມຊື່ນທີ່ສູນເສຍໄປໃນຫ້ອງ, ພ້ອມທັງຊ່ວຍໃຫ້ລະບົບຫາຍໃຈໂລ່ງສະດວກທຸກຄັ້ງທີ່ທ່ານຫາຍໃຈເຂົ້າ.

💧 ວິທີທີ 2: ປົກປ້ອງລະບົບທາງເດີນຫາຍໃຈໂດຍກົງ
ຢອດ NC A+ 1 ຢອດລົງໃສ່ປາຍນິ້ວມື, ທາເບົາໆບໍລິເວນຜິວໜັງໃຕ້ຄໍ ແລະ ສອງຂ້າງດັງ ກ່ອນຈະເຂົ້າຫ້ອງແອ ຫຼື ກ່ອນເຂົ້ານອນ.
ນ້ຳມັນຫອມລະເຫີຍຈະຊ່ວຍໃຫ້ຄວາມອົບອຸ່ນສະເພາະຈຸດບໍລິເວນຄໍ, ຫຼຸດຜ່ອນອາການໄອແຫ້ງ ທີ່ເກີດຈາກລົມເຢັນ ຂອງແອເປົ່າໃສ່ໂຕໂດຍກົງ.

ພຽງແຕ່ໃຊ້ Euca NC A+ ບໍ່ເທົ່າໃດຢອດໃນແຕ່ລະມື້, ທ່ານກໍສາມາດເຮັດວຽກໃນຫ້ອງເຢັນໆໄດ້ຢ່າງສະບາຍຕະຫຼອດລະດູຮ້ອນນີ້ ໂດຍບໍ່ຕ້ອງກັງວົນເລື່ອງບັນຫາທາງດັງ ແລະ ຄໍອີກຕໍ່ໄປ.

👉 ມີ Euca NC A+ ໄວ້ປະຈຳໂຕະເຮັດວຽກຕັ້ງແຕ່ມື້ນີ້ ເພື່ອປົກປ້ອງສຸຂະພາບຂອງຕົນເອງເດີ້!
💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.

👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234 - (020) 9172 8899
Website: https://eucanca.com/
Email: [email protected]

28/05/2026

🗓️ ທ້າໃຫ້ລອງ 7 ວັນ ສ້າງພຶດຕິກຳສຸຂະພາບດີ ໄປກັບ EUCALYPTUS NC A+ 🗓️

ຫຼາຍຄົນມີຄວາມເຂົ້າໃຈວ່າ ຈະໃຊ້ບໍລິສຸດນ້ຳມັນຫອມລະເຫີຍກໍຕໍ່ເມື່ອເວລາເປັນໄຂ້ບໍ່ສະບາຍເທົ່ານັ້ນ. ແຕ່ໃນຄວາມເປັນຈິງ, ການນຳໃຊ້ຢ່າງຖືກວິທີໃນທຸກໆມື້ ຈະຊ່ວຍໃຫ້ທ່ານຮັກສາຄວາມສົດຊື່ນ ແລະ ປົກປ້ອງລະບົບທາງເດີນຫາຍໃຈໄດ້ດີຂຶ້ນ. ມາຮ່ວມກັນປະຕິບັດສິ່ງທ້າທາຍ ໃນການນຳໃຊ້ Euca NC A+ ເຂົ້າໃນຊີວິດປະຈຳວັນເປັນເວລາ 1 ອາທິດນຳກັນເລີຍ:

🔹 ວັນຈັນ - ເລີ່ມຕົ້ນອາທິດໃໝ່: ຢອດນ້ຳມັນຫອມລະເຫີຍ 1 ຢອດ ໃສ່ຝາມື, ຖູໃສ່ກັນແລ້ວສູດດົມເຂົ້າເລິກໆ ທັນທີຫຼັງຈາກຕື່ນນອນ. ວິທີນີ້ຊ່ວຍກະຕຸ້ນລະບົບປະສາດ, ໄລ່ຄວາມເຫງົານອນ ເພື່ອເລີ່ມຕົ້ນວັນເຮັດວຽກຢ່າງສົດຊື່ນ.

🔹 ວັນອັງຄານ - ສຸມໃສ່ການເຮັດວຽກ: ແຕ້ມນ້ຳມັນຫອມລະເຫີຍເບົາໆ ໃສ່ບໍລິເວນຂະມັບ ແລະ ຕີນຜົມທ້າຍທອຍໃນຊ່ວງເວລາບ່າຍ. ສ່ວນປະກອບຈາກນ້ຳມັນບິກຊ່ວຍຜ່ອນຄາຍສະໝອງ ເວລາທີ່ຕ້ອງເຄັ່ງຄຽດກັບການໄລ່ເລກ ຫຼື ນັ່ງໜ້າຈໍຄອມພິວເຕີເປັນເວລາດົນ.

🔹 ວັນພຸດ - ເດີນທາງຢ່າງປອດໄພ: ຢອດ 1 ຢອດ ໃສ່ຜ້າອັດປາກ-ດັງ ກ່ອນອອກຈາກເຮືອນ. ນ້ຳມັນຫອມລະເຫີຍຈະຊ່ວຍດັບກິ່ນອັບຂອງຜ້າອັດປາກ, ເຮັດໃຫ້ດັງໂລ່ງ ແລະ ຫຼຸດຜ່ອນຂີ້ຝຸ່ນລະອອງບໍ່ໃຫ້ເຂົ້າສູ່ທາງເດີນຫາຍໃຈ.

🔹 ວັນພະຫັດ - ຜ່ອນຄາຍຮ່າງກາຍ: ຢອດ 5 ຢອດ ລົງໃນຊາມນ້ຳອຸ່ນ ເພື່ອແຊ່ຕີນເປັນເວລາ 15 ນາທີ ກ່ອນເຂົ້ານອນ. ວິທີນີ້ຊ່ວຍໃຫ້ເລືອດໄຫຼວຽນດີ, ເຮັດໃຫ້ຕີນອົບອຸ່ນ ແລະ ຫຼຸດຜ່ອນຄວາມອິດເມື່ອຍ.

🔹 ວັນສຸກ - ເຮັດຄວາມສະອາດພື້ນທີ່: ຢອດ 3-5 ຢອດ ໃສ່ເຄື່ອງພົ່ນອາຍນ້ຳໃນຫ້ອງເຮັດວຽກ ຫຼື ຫ້ອງນອນ. ນ້ຳມັນຫອມລະເຫີຍຊ່ວຍຂ້າເຊື້ອໂລກໃນອາກາດ ແລະ ດັບກິ່ນອັບຊຸ່ມຊື່ນ.

🔹 ວັນເສົາ - ກິດຈະກຳກາງແຈ້ງ: ພົກພາຂວດ Euca NC A+ ໄປນຳ ເວລາໄປທ່ຽວປ່າ ຫຼື ໄປຄາເຟ່. ທາໃສ່ຜິວໜັງໂດຍກົງ ຫາກຖືກຍຸງ ຫຼື ແມງໄມ້ກັດ ເພື່ອຫຼຸດຜ່ອນການບວມແດງ ແລະ ອາການຄັນຄາຍ.

🔹 ວັນອາທິດ - ຟື້ນຟູການນອນຫຼັບ: ຢອດ 1 ຢອດ ໃສ່ມຸມໝອນນອນ. ກິ່ນຫອມອັນເປັນທຳມະຊາດ ຈະຊ່ວຍໃຫ້ດັງໂລ່ງໂປ່ງສະບາຍ, ສະໜັບສະໜູນໃຫ້ທ່ານນອນຫຼັບສະໜິດ ແລະ ເລິກເຊິ່ງຂຶ້ນ.

ພຽງແຕ່ 1-2 ຢອດໃນແຕ່ລະມື້, Euca NC A+ ຊ່ວຍໃຫ້ທ່ານເປັນຝ່າຍຮັບມືປົກປ້ອງສຸຂະພາບຢ່າງມີວິທະຍາສາດ ແລະ ປະຢັດຄ່າໃຊ້ຈ່າຍ.

👉 ທ່ານປະຕິບັດໄດ້ຈັກວັນແລ້ວໃນສິ່ງທ້າທາຍນີ້? ຮ່ວມສະແດງຄວາມຄິດເຫັນໄວ້ທາງລຸ່ມນີ້ໄດ້ເລີຍເດີ້!

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234 - (020) 9172 8899
Website: https://eucanca.com/
Email: [email protected]

22/05/2026

🚗 ຮັກສາຄວາມຟິດ ແລະ ຄວາມໝັ້ນໃຈ ຈາກສິ່ງເລັກໆນ້ອຍໆ 🚗

ເຈົ້າເຄີຍສົງໄສບໍ່ວ່າ ຈະຮັກສາຄວາມສົດຊື່ນຫຼັງຈາກເຮັດວຽກໜັກມາ 8 ຊົ່ວໂມງ ຫຼື ຈະກຳພວງມະໄລໃຫ້ໝັ້ນຄົງ ໃນການເດີນທາງທີ່ຍາວໄກ ແລະ ອິດເມື່ອຍໄດ້ແນວໃດ?

Eucalyptus NC A+ ບໍ່ແມ່ນພຽງແຕ່ນ້ຳມັນຫອມລະເຫີຍທຳມະດາ. ແຕ່ນີ້ຄື "ອາວຸດລັບ" ທີ່ຄວນມີໄວ້ໃນລົດ ຫຼື ກະເປົ໋າເຮັດວຽກຂອງທ່ານ:
🔹 ເພື່ອນຮ່ວມທາງໃນທຸກເສັ້ນທາງ: ພຽງຢອດ Euca NC A+ ແລ້ວນວດເບົາໆ ຢູ່ຕົ້ນຄໍ ຈະຊ່ວຍໄລ່ຄວາມ ເຫງົານອນ, ເຮັດໃຫ້ຈິດໃຈຕື່ນຕົວ ແລະ ມີສະມາທິໃນເວລາຂັບລົດ.
🔹 ຟື້ນຟູພະລັງຢູ່ຫ້ອງການ: ແທນທີ່ຈະດື່ມກາເຟຈອກທີ 3, ລອງສູດດົມກິ່ນຫອມສົດຊື່ນຈາກຢູຄາລິບຕັດ. ທ່ານຈະ ຮູ້ສຶກຈິດໃຈປອດໂປ່ງ, ມີສະມາທິສູງເພື່ອຈັດການກັບວຽກທີ່ເລັ່ງດ່ວນ.
🔹 ຜ່ອນຄາຍຫຼັງການອອກກຳລັງກາຍ: ຫຼັງຈາກເຂົ້າຢີມ (Gym) ຫຼື ເຕະບານ, ນວດເບົາໆ ບໍລິເວນກ້າມເນື້ອ ທີ່ອິດເມື່ອຍດ້ວຍ Euca NC A+ ເພື່ອຊ່ວຍໃຫ້ກ້າມເນື້ອຜ່ອນຄາຍ ແລະ ອົບອຸ່ນຂຶ້ນຢ່າງມີປະສິດທິພາບ.

👉ຜູ້ຊາຍຍຸກໃໝ່ບໍ່ພຽງແຕ່ຮູ້ຈັກພິຊິດເປົ້າໝາຍໃຫຍ່ໆເທົ່ານັ້ນ, ແຕ່ຍັງຮູ້ຈັກເບິ່ງແຍງຕົນເອງຢ່າງມີລະດັບ.
👉 ໃຫ້ Eucalyptus NC-A+ ຢືນຢັນຄວາມຟິດຂອງທ່ານທຸກທີ່ ທຸກເວລາ!

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.

👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234 - (020) 9172 8899
Website: https://eucanca.com/
Email: [email protected]

Category

Address


Vientiane

Alerts

Be the first to know and let us send you an email when Euca NC A+ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Subscribe

We will notify you when anything happens in Vientiane.